Google

ລາວ ໂທລະຄົມ ກ້າວໄກ ສື່ສານວ່ອງໄວ ໝັ້ນໃຈໃນບໍລິການ ໄດ້ມາດຕະຖານສາກົນ.           Lao Telecommunication state - of - the art communications you can trust.
Sun, 14 Mar 2010 17:36
ຄຳຖາມທີ່ລູກຄ້າເຮົາມັກຖາມຕະຫຼອດ ມີຄຳຕອບທີ່ນີ້
 

ຄຳ​ຖາມ ​ທີລູກ​ຄ້າ​ຖາມ​ເປັນ​ປະຈຳ

1. ຖ້າ Sim Card ​ເສຍ ຫລື ​ເປ່​ເພ ຕ້ອງ​ເຮັດ​ແນວ​ໃດ ?
ຖ້າ Sim Card ​ເສຍ ຫລື ​ເປ່​ເພ ​ແມ່ນມີ​ລາຍ​ລະອຽດ​ຄື :
ສຳລັບ​ລູກ​ຄ້າ Pre Paid ( M-Phone, We-fly, GSM Platinum ) ທ່ານ​ສາມາດ​ຊື້ Sim Card ໃຫມ່​ທີ​ໃຊ້​ເບີ​ເກົ່າ​ໄດ້​ທີ່​ ສູນ​ບໍລິການ​ລູກ​ຄ້າ ລາວ​ໂທລະ​ຄົມ ທຸກ​ສາຂາທົ່ວ​ປະ​ເທດ ​ໂດຍ​ມີ​ເອກະສານ​ທີ່​ທ່ານ​ຕ້ອງ​ເອົາມາ​ພ້ອມກໍ່​ຄື: ບັດປະຈຳຕົວ ຫລື ສຳມະ​ໂນ​ຄົວ.

ສຳລັບ​ລູກ​ຄ້າ Post Paid ( Lao GSM ) ທ່ານ​ສາມາດ​ຊື້ Sim Card ​ໃຫມ່​ທີ​ໃຊ້​ເບີ​ເກົ່າ​ໄດ້​ທີ່​ ສູນບໍລິການລູກ​ຄ້າ ລາວ​ໂທລະ​ຄົມ ທຸກ​ສາຂາທົ່ວ​ປະ​ເທດ ​ໂດຍ​ມີ​ເອກະສານ​ທີ່​ທ່ານ​ຕ້ອງ​ເອົາມາ​ພ້ອມກໍ່​ຄື: ບັດປະຈຳຕົວ ຫລື ສຳມະ​ໂນ​ຄົວທີ​ອອກ​ຊື່​ຂອງ​ທ່ານ ​ແລະ ຕ້ອງຊຳລະ​ຄ່າ​ໂທ​ພາຍ​ໃນ​ເດືອນ​ໃຫ້​ຫນົດ​ເສຍ​ກ່ອນ​.

2. ຖ້າຂູດ PIN Number ເລກ ຫຼຸດບໍ່ເຫັນ MP, WP, WF, Int ຕ້ອງ​​ເຮັດ​ແນວ​ໃດ ?
ຖ້າຂູດ PIN Number ເລກ ຫລຸດບໍ່ເຫັນ ( ​ເລກ​ລະຫັດ​ບັດ​​ເຕີມ​ເງີ​ນ ) ມີ​ລາຍ​ລະອຽດ​ຄື :
ໃຫ້​ທ່ານນຳ​ເອົາ​ບັດ​​ ( ບັດ​ຕ້ອງ​ໃຫ້ຢູ່​ໃນ​ສະພາບ​ດີ ບໍ່​ຈີກ​ຂາດ ຫລື ຫຍໍ້ ) ເຂົ້າ​ມາ​ທີ່ ສູນ​ບໍລິການ​ລູກ​ຄ້າ ລາວ​ໂທລະ​ຄົມ ທຸກ​ສາຂາທົ່ວ​ປະ​ເທດ ​ໃຫ້​ພະນັກງານ​ກວດ​​ເບິ່ງ​ກ່ອນ​ ວ່າ​ຍັງ​ບໍ່​ທັນ​ໄດ້​​ເຕີມ​ໃສ່​ເບີ​ໃດ​ເທື່ອ ​ແລ້ວ​ເພີ່ນ​ຈະ​ປ່ຽນ​ບັດ​ເຕີ່​ມມູນ​ຄ່າ​​ໃຫມ່​ໃຫ້​ທ່ານ.

3. ຢາກ​ໃຊ້​ເບີທີ່​ເປັນ 3G ຕ້ອງ​ເຮັດ​ແນວ​ໃດ ?
ຖ້າ​ທ່ານ​ຕ້ອງການ​ໃຊ້​ເບີ​ທີ່​ເປັນ 3G ມີ​ລາຍ​ລະອຽດ​ຄື :
ກໍລະນີ: ທ່ານ​ເປັນ​ລູກ​ຄ້າ​ທີ່​ໃຊ້​ເບີ M- Phone , We- fly, GSM Platinum , Lao GSM ຕ້ອງການ​ໃຊ້​ເປັນ 3G ພຽງ​ແຕ່​ທ່ານ​ມາ​ປ່ຽນ Sim ​ໃຫມ່ ​ເປັນ Sim 3G ​ໂດຍ​ໃຊ້​ເບີ​ເກົ່າ​ໄດ້ ທີ່ ສູນ​ບໍລິການ​ລູກ​ຄ້າ ລາວ​ໂທລະ​ຄົມ ທຸກ​ສາຂາ​ທົ່ວ​ປະ​ເທດ.
+ ສຳລັບ​ເບີ M- Phone , We- fly, GSM Platinum ຕ້ອງ​ມີ​ບັດປະຈຳຕົວ ຫລື ສຳມະ​ໂນ​ຄົວ. + ສຳລັບ​ເບີ Lao GSM ຕ້ອງ​ມີ​ບັດປະຈຳຕົວ ຫລື ສຳມະ​ໂນ​ຄົວ ທີ​ເປັນ​ເຈົ້າ​ຂອງ​ເບີ ​ແລະ ຕ້ອງຊຳລະ​ຄ່າ​ໂທ​ພາຍ​ໃນ​ເດືອນ​ໃຫ້​ຫນົດ​ເສຍ​ກ່ອນ.

4. ຢາກ​ໃຊ້ Internet ໃນ​ມື​ຖື ຕ້ອງ​ເຮັດ​ແນວ​ໃດ ?
ຖ້າ​ທ່ານຕ້ອງການໃຊ້ Internet ​ໃນ​ມື​ຖື ມີ​ລາຍ​ລະອຽດ​ຄື :
ທ່ານ​ຕ້ອງເຂົ້າ​ມາພົວພັນ​ເປີດ​ນຳ​ໃຊ້ Internet ຢູ່​ເບີ​ຂອງ​ທ່ານກ່ອນ ​ເພື່ອ​ນຳ​ໃຊ້​ຫລິ້ນ Internet ​ໃນ​ມື​ຖື ​​ທີ່​ສູນ​ບໍລິການ​ລູກ​ຄ້າ ລາວ​ໂທລະ​ຄົມ ທຸກ​ສາຂາ ທົ່ວ​ປະ​ເທດ.

5. ​ໃນ​ເບີ​ມື​ຖື M Phone, We fly, GSM Platinum, Lao GSM ບໍລິການ 3G ​ໄດ້ ຫລື ບໍ່ ?
ເບີ​ມື​ຖື M Phone, We fly, GSM Platinum, Lao GSM ບໍລິການ 3G ​ໄດ້ ​ເພາະ 3G ​ເປັນ ​ບໍລິການ​ເສີມ.

6. ປະຈຸ​ບັນ​ໃຊ້​ບໍລິການ 3G ຢູ່​ໃສ​ແດ່ ?
ປະຈຸ​ບັນ​ນຳໃຊ້ 3G ​ໄດ້ຢູ່ 3 ​ແຂວງ​ໃຫຍ່ຄື: ນະຄອນຫລວງ​ວຽງ​ຈັນ, ຫລວງ​ພະ​ບາງ, ຈຳປາ​ສັກ.

7. ​ Sim Card Lock PUK ​ເຮັດ​ແນວ​ໃດ ?
ຖ້າ​ເບີ​ຂອງ​ທ່ານ Lock PUK ທ່ານ​ສາມາດ​​ເອົາ​ມາ​​ແກ້​ລ໋ອກຢູ່​ສູນ​ບໍລິການ​ລູກ​ຄ້າ ລາວ​ໂທລະ​ຄົມ ທຸກ​ສາຂາ​ທົ່ວ​ປະ​ເທດ,
ຫມາຍ​ເຫດ: ​ໃຫ້​ທ່ານ​ເອົາ  Sim Card Lock PUK ກວດ​ສອບ​ຢູ່​ຫນ່ວຍ​ໂທລະສັບ​ລຸ້ນທຳ​ມະ​ດາ​ຂອງ Nokia ​ເຊັ່ນ : 3310, 8250,… ຖ້າ​ຍັງ​ລ໋ອກ PUK ​ແມ່ນ​ໃຫ້​ເອົາ​ເຂົ້າ​ມາ​ສູນ​ບໍລິການ​ລູກ​ຄ້າ​ ລາວ​ໂທລະ​ຄົມ ທຸກ​ສາຂາ ທົ່ວ​ປະ​ເທດ,​ແຕ່​ຖ້າ Sim Card ປະຕິ​ເສດ ​ແມ່ນ Sim ​ເພ, ທ່ານ​ຕ້ອງ​ໄດ້​ຊື້ Sim ​ໃຫມ່​ເບີ​ເກົ່າ​ທີ່​ສູນ​ບໍລິການ​ລູກ​ຄ້າ​ ລາວ​ໂທລະ​ຄົມ ທຸກ​ສາຂາ​ທົ່ວ​ປະ​ເທດ
.

8. ​ໂທລະສັບ​ຂອງ​ທ່ານ​ໃຊ້​ສັນຍານ 3G ​ແຕ່ທ່ານ​ຢູ່​ເຂດ​​ທີ່ໃຊ້​ສັນຍານ 2G ທ່ານ​ຈະ​ເຮັດ​ແນວ​ໃດ ?
ຖ້າໂທລະສັບ​ຂອງ​ທ່ານ​ໃຊ້​ສັນຍານ 3G ​ແຕ່ທ່ານ​ຢູ່​ເຂດ​​ທີ່ໃຊ້​ສັນຍານ 2G ມີ​ລາຍ​ລະອຽດ​ຄື :
- ປົກກະຕິ​​ໃຊ້ 3G ທ່ານ​ຈະເລືອກ UMTS / 3G GSM ​ ແຕ່ທ່ານ​ຢູ່​ເຂດ​​ທີ່ໃຊ້​ສັນຍານ 2G ໃຫ້​ປ່ຽນ​ມາ​ເປັນ GSM 900 – 1800 / Lao Telelcom.

9. ຕ້ອງການ​ໂທ​ໄປ​ຕ່າງປະ​ເທດ ທ່ານ​ຈະ​ໂທ​ແນວ​ໃດ ?
ຖ້າ​ທ່ານ​ຕ້ອງການ​ໂທ​ໄປ​ຕ່າງປະ​ເທດ ​ມີລາຍ​ລະອຽດ​ຄື :

  • ກົດ 00 ຕາມ​ດ້ວຍ​ເບີ​ປາຍທາງ.
  • ກົດ ​ເຄື່ອງຫມາຍ + ຕາມ​ດ້ວຍ​ເບີ​ປາຍທາງ.
  • ກົດ 133 ຕາມ​ດ້ວຍ​ເບີ​ປາຍທາງ.

ຫມາຍ​ເຫດ : - ຖ້າ​ເບີ​ປາຍທາງ​ຂອງ​ທ່ານ​ມີ​ເລກ 0 ທາງ​ຫນ້າ​ແມ່ນ​ໃຫ້​ຕັດ​ອອກ.
           - ອັດຕາ​ຄ່າ​ໂທ​ແມ່ນ​ເທົ່າ​ກັນ.

10. ຕ້ອງການ​ເປີດ​ນຳ​ໃຊ້ IR (International Rooming) ທ່ານ​ຈະ​ເຮັດ​ແນວ​ໃດ ?
ຖ້າ​ທ່ານ​ຕ້ອງການ ເປີດ​ນຳ​ໃຊ້ IR ( International Rooming ) ມີ​ລາຍ​ລະອຽດ​ຄື:
ທ່ານ​ຕ້ອງເຂົ້າ​ມາພົວພັນ​ເປີດ​ນຳ​ໃຊ້ IR ຢູ່​ເບີ​ຂອງ​ທ່ານກ່ອນ ​  ​​ທີ່​ສູນ​ບໍລິການ​ລູກ​ຄ້າ ລາວ​ໂທລະ​ຄົມ ທຸກ​ສາຂາ ທົ່ວ​ປະ​ເທດ.
+ ສຳລັບ​ເບີ M- Phone , We- fly, GSM Platinum ຕ້ອງ​ມີ​ບັດປະຈຳຕົວ ຫລື ສຳມະ​ໂນ​ຄົວ.
+ ສຳລັບ​ເບີ Lao GSM  ຕ້ອງ​ມີ​ບັດປະຈຳຕົວ ຫລື ສຳມະ​ໂນ​ຄົວ ທີ​ເປັນ​ເຈົ້າ​ຂອງ​ເບີ ​ແລະ ຕ້ອງຊຳລະ​ຄ່າ​ໂທ​ພາຍ​ໃນ​ເດືອນ​ໃຫ້​ຫນົດ​ເສຍ​ກ່ອນ.

11. ຕ້ອງການ​ເປີດ ສຽງ​ເພັງ ລໍ​ສາຍ ຕ້ອງ​ເຮັດ​ແນວ​ໃດ ?
ຖ້າ​ທ່ານ​ຕ້ອງການ​​ເປີ​ດ ສຽງ​ເພັງ ລໍ​ສາຍ​ມີ​ລາຍ​ລະອຽດ​ຄື :
​ໃຫ້​ທ່ານ​ເຂົ້າ​ໄປ​ພີ​ມຂໍ້ຄວາມ​ຄຳ​ວ່າ : ຕົວ​ອັກສອນ R ຫລື r , ​ແລ້ວ​ສົ່ງ​ໄປ​ນ້ຳ​ເບີ 1155, ຫລັງ​ຈາກ​ນັ້ນ​ຈະ​ມີ​ຂໍ້ຄວາມ​ສົ່ງ​ມາ​ຫາ​ທ່ານ 1 ຂໍ້ຄວາມ.

12. ຕ້ອງການ​ປິດ ສຽງ​ເພັງ ລໍ​ສາຍ ຕ້ອງ​ເຮັດ​ແນວ​ໃດ ?
ຖ້າ​ທ່ານ​ຕ້ອງການ​​ປີ​ດ ສຽງ​ເພັງ ລໍ​ສາຍ​ມີ​ລາຍ​ລະອຽດ​ຄື :
ໃຫ້​ທ່ານ​​ພີ​ມຂໍ້ຄວາມ​ຕົວ​ອັກສອນ dereg ​ແລ້ວ​ສົ່ງ​ໄປ​ນ້ຳ​ເບີ 1155, ຫລັງ​ຈາກ​ນັ້ນ​ຈະ​ມີ​ຂໍ້ຄວາມ​ສົ່ງ​ມາ​ຫາ​ທ່ານ 1 ຂໍ້ຄວາມ.

13. ວິທີ​ດາວ​ໂຫລ​ດ ສຽງ​ເພັງ ລໍ​ສາຍ ຕ້ອງ​ເຮັດ​ແນວ​ໃດ ?
ຖ້າ​ທ່ານ​ຕ້ອງ​ການ​ ດາວ​ໂຫລ​ດ ສຽງ​ເພັງ ລໍ​ສາຍ ມີ​ລາຍ​ລະອຽດ​ຄື :
ໃຫ້​ທ່ານ​ເຂົ້າ​ໄປ​ພີ​ມຂໍ້ຄວາມ​ຕົວ​ອັກສອນ​ໂອ ​O  ຫລື o ຕາມ​ດ້ວຍ​ລະຫັດ​ເພັງ ແລ້ວ​ສົ່ງ​ໄປ​ນ້ຳ​ເບີ 1155, ຫລັງ​ຈາກ​ນັ້ນ​ຈະ​ມີ​ຂໍ້ຄວາມ​ສົ່ງ​ມາ​ຫາ​ທ່ານ 1 ຂໍ້ຄວາມ.

14. ​ເບີ​ສູນ​ບໍລິການ​ຂໍ້ຄວາມ ​ແມ່ນ​ເບີ​ໃດ ?
ເບີ​ສູນ​ບໍລິການ​ຂໍ້ຄວາມ​ແມ່ນ :  +8562055003.

15. ວິທີ​​ໂອນ​ເງີ​ນ ຕ້ອງ​ເຮັດ​ແນວ​ໃດ ?
ຖ້າ​ທ່ານ​ຕ້ອງການ​​ໂອນ​ເງີ​ນ ​ແມ່ນ​ມີ​ລາຍ​ລະອຽດ​ຄື :
- ກົດ 121 ​ໂທ​ອອກ ​ແລ້ວ​ກົດ 6 ລະບົບ​ຈະ​ແນະນຳ​ທ່ານ ​ໃສ​ລະຫັດ​ສ່ວນ​ຕົວ 4 ຕົວ​ເລກ​ຕາມດ້ວຍ​ເຄື່ອງຫມາຍ # , ​ໃສ່​ຈຳນວນ​ເງີ​ນທີ່​ທ່ານ​ຕ້ອງການ​ໂອນ​ເງີ​ນ​ໄປ​ໃຫ້​ ຕາມ​ດ້ວຍ​ເຄື່ອງຫມາຍ # , ​ໃສ່​ເບີ​ທີ່​ທ່ານ​ຕ້ອງການ​ໂອນ​ເງີ​ນ​ໄປ​ໃຫ້​ ຕາມ​ດ້ວຍ​ເຄື່ອງຫມາຍ # , ​ແລ້ວກົດ 1 ​ເພື່ອ​ຢືນຢັນ, ກົດ​ປຸບອື່ນໆ​ເພື່ອ​ຍົກ​ເລິກ.
ຫມາຍ​ເຫດ: ​ເບີ​ທີ່​ທ່ານ​ຕ້ອງການ​ໂອນ​ແມ່ນ​ໃຫ້​ໃສ່ 020 5XX XXXX.

 

     

All Rights Reserved © 2008. LAO TELECOMMUNICATIONS
Developed By Content Team Operation